ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດງານແຂ່ງຂັນນັກຮ້ອງ-ຂັບລໍາສຽງດີທົ່ວກອງທັບ ຄັ້ງທີ IV ເຂດແຂ່ງຂັນທີ 2


     ງານແຂ່ງຂັນນັກຮ້ອງ-ຂັບລໍາສຽງດີທົ່ວກອງທັບ ຄັ້ງທີ IV ເຂດແຂ່ງຂັນທີ 2 ເຊິ່ງກອງບັນຊາການທະຫານແຂວງຊຽງຂວາງ ເປັນເຈົ້າ
ພາບໄດ້ເປີດຂື້ນຢ່າງເປັນທາງການ ເພື່ອຂໍ່ານັບຮັບຕ້ອນສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງ
ກອນ 1949 – 20 ມັງກອນ 2024), ໃນວັນທີ 12 ຕຸລາ 2023 ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນ
ກາງພັກ ເຈົ້າແຂວງໆ ຊຽງຂວາງ, ມີ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຮອງ
ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ຄະນະກົມໂຄສະນາອົບຮົບ ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ ກອງບັນຊາ
ການທະຫານແຂວງຊຽງຂວາງ, ຄະນະຊີ້ນຳລວມ, ອະນຸກຳມະການ, ກຳມະການຕັດສິນ, ຄະນະນຳພານັກຮ້ອງ-ຂັບລຳສຽງດີ ຈາກກົມກອງ
ຕ່າງໆ ແລະ ມວນຊົນຊາວແຂວງຊຽງຂວາງເຂົ້າຮ່ວມຮັບຊົມຢ່າງຟົດຟື້ນມ່ວນຊື່ນ.

     ສະຫາຍ ພົນຈັດຕະວາ ຂັນທອງ ວົງອໍາຄາ ຫົວໜ້າການເມືອງກອງບັນຊາການນະຫານ ແຂວງຊຽງຂວາງ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ
ປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ຈັດງານແຂ່ງຂັນນັກຮ້ອງ-ຂັບລໍາສຽງດີທົ່ວກອງທັບ ຄັ້ງທີ IV ເຂດແຂ່ງຂັນທີ 2 ເພື່ອຂໍ່ານັບຮັບຕ້ອນ
ສະເຫລີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75ປີ , ຈາກນັ້ນ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ກໍາມະການຄະ
ນະພັກກົມໃຫຍ່, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ຄະນະຊີ້ນໍາການຈັດງານແຂ່ງຂັນ ໄດ້ລາຍງານການກະກຽມຄວາມ
ພ້ອມ ແລະ ໄດ້ກ່າວເປີດງານຢ່າງເປັນທາງການວ່າ: ການແຂ່ງຂັນນັກຮ້ອງ-ຂັບລໍາສຽງດີທົ່ວກອງທັບຄັ້ງທີ IV ເປັນຂະບວນການທີ່ສຳຄັນໃນວຽກ
ງານພັກ-ວຽກງານການເມືອງຂອງກອງທັບ, ເພື່ອເຮັດໃຫ້ງານແຂ່ງຂັນຄັ້ງນີ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ເປັນຂະບວນການຟົດຟື້ນ
ແຕ່ຕົ້ນຕະຫຼອດປາຍ ແລະ ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງຄະນະຮັບຜິດຊອບທຸກພາກສ່ວນ ຈົ່ງໄດ້
ຍົກສູງຄວາມຮັບຜິດຊອບ ໜ້າທີ່ການເມືອງຂອງຕົນເພື່ອຊີ້ນໍາ, ຄຸ້ມຄອງ ແລະ ດໍາເນີນການແຂ່ງຂັນໄປຕາມເນື້ອໃນ, ກົດລະບຽບຂອງການແຂ່ງ
ຂັນ, ການຕັດສິນໃຫ້ຄະແນນຕາມກະຕິກາ, ຕາມມາດຖານຢ່າງເຂັ້ມງວດ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສາ
ມັກຄີເຊິ່ງກັນ ແລະ ກັນ, ຄະນະຊີ້ນຳ, ບັນດານັກຮ້ອງ-ນັກຂັບລໍາແຕ່ລະກົມກອງກໍຕ້ອງໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ນໍາພາອ້າຍ
ນ້ອງເຂົ້າຮ່ວມຂະບວນການແຂ່ງຂັນຢ່າງສຸດກົກສຸດປາຍ, ພິເສດຕ້ອງຮັກສາຄວາມສາມັກຄີ, ມີວິໄນ, ມີນໍ້າໃຈນັກສິລະປະ - ວັນນະຄະດີ, ຖືເອົາ
ການສ້າງຂະບວນການເປັນການພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ.

     ການແຂ່ງຂັນຢູ່ເຂດແຂ່ງຂັນທີ 2 ຄັ້ງນີ້ ມີນັກຮ້ອງ - ຂັບລຳສຽງດີ ຍິງ-ຊາຍ ເຂົ້າຮ່ວມທັງໝົດ 36 ສະຫາຍ, ຍິງ 16 ສະຫາຍ ຈາກອົງການ,
ກົມກອງ, ກໍາລັງຫຼວງ, ກຳລັງທ້ອງຖິ່ນ 11 ກົມກອງ, ມີກຳມະການຕັດສິນໃຫ້ຄະແນນ 05 ສະຫາຍ ແລະ ຈະດໍາເນີນການແຂ່ງຂັນແຕ່ວັນທີ 12–14
ຕຸລາ 2023 ຈຶ່ງຈະສໍາເລັດ.

ແຫຼ່ງຂ່າວໂດຍ ສຸເວດ ສີດາຄຳ
ວັນທີ 16/10/2023